ການປະເມີນຄວາມຖີ່ຂອງໄພແຫ້ງແລ້ງອຸຕຸນິຍົມວິທະຍາ ໂດຍໃຊ້ດັດຊະນີປະລິມານນໍ້າຝົນມາດຕະຖານ (SPI) ໃນການວາງແຜນການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ໃນພື້ນທີ່ເຂດຕອນລຸ່ມນ້ຳເຊບັ້ງຫຽງ, ແຂວງສະຫວັນນະເຂດ
DOI:
https://doi.org/10.69692/SUJMRD1203164Keywords:
Standardized Precipitation Index (SPI) , GFDL-ESM4 , SSP ScenariosAbstract
ການສຶກສານີ້ມີຈຸດປະສົງເພື່ອປະເມີນຄວາມຖີ່ ແລະ ລັກສະນະຂອງໄພແຫ້ງແລ້ງທາງອຸຕຸນິຍົມວິທະຍາໃນອະນາ
ຄົດ ໃນພື້ນທີ່ເຂດຕອນລຸ່ມນໍ້າເຊບັ້ງຫຽງ ແຂວງສະຫວັນນະເຂດ ໂດຍໃຊ້ດັດຊະນີປະລິມານນໍ້າຝົນມາດຕະຖານ (Standardized Precipitation Index: SPI). ການຄົ້ນຄວ້ານໍາໃຊ້ຂໍ້ມູນປະລິມານນໍ້າຝົນລາຍເດືອນຈາກແບບຈໍາລອງສະພາບອາກາດໂລກ Geophysical Fluid Dynamics Laboratory–Earth System Model version 4 (GFDL-ESM4) ພາຍໃຕ້ໂຄງການ Coupled Model Intercomparison Project Phase 6 (CMIP6) ໂດຍພິຈາລະນາ 3 ສະຖານະການການປ່ອຍອາຍພິດເຮືອນແກ້ວ ຄື SSP1-2.6, SSP2-4.5 ແລະ SSP5-8.5 ຊຶ່ງໄດ້ຜ່ານການປັບຫຼຸດຂະ
ໜາດດ້ວຍເຕັກນິກ Dynamical Downscaling ເພື່ອຄໍານວນຄວາມຖີ່ຂອງການເກີດໄພແຫ້ງແລ້ງ (SPI≤-1.0) ໃນຊ່ວງເວລາສະສົມ 1 ເດືອນ (SPI-1), 3 ເດືອນ (SPI-3) ແລະ 6 ເດືອນ (SPI-6) ສໍາລັບຊ່ວງອະນາຄົດອັນໃກ້ (2023–2050) ແລະ ອະນາຄົດອັນໄກ (2051–2100).
ຜົນການຄົ້ນຄວ້າພົບວ່າ ຄວາມຖີ່ຂອງໄພແຫ້ງແລ້ງສູງສຸດໃນທຸກດັດຊະນີເກີດຂຶ້ນໃນຊ່ວງອະນາຄົດອັນໃກ້ພາຍໃຕ້ສະຖານະການ SSP5-8.5 ໂດຍ SPI-1 ສູງເຖິງ 6.55% ແລະ SPI-3 ສູງເຖິງ 4.17%. ລັກສະນະໂດດເດັ່ນຂອງໄພແຫ້ງແລ້ງທີ່ຄາດຄະເນໄດ້ ຄື ຄວາມຜັນຜວນໄລຍະສັ້ນ ເນື່ອງຈາກ SPI-1 ສູງກວ່າ SPI-3 ຢ່າງຊັດເຈນໃນທຸກສະຖານະການ ໂດຍອັດຕາສ່ວນສູງສຸດ 2.37:1 ໃນ SSP1-2.6 ຊ່ວງ Near Future; ເຖິງຢ່າງໃດກໍ່ຕາມ ໃນຊ່ວງ Far Future ພາຍໃຕ້ SSP2-4.5 ອັດຕາສ່ວນດັ່ງກ່າວໃກ້ຄຽງ 1:1 ຫຼາຍທີ່ສຸດ (1.33:1) ຊຶ່ງສະທ້ອນໃຫ້ເຫັນວ່າໄພແຫ້ງແລ້ງໄລຍະສັ້ນມີແນວໂນ້ມທີ່ຈະຍືດເຍື້ອ ແລະ ກາຍເປັນໄພແຫ້ງແລ້ງສະສົມໄລຍະກາງໃນໄລຍະຍາວ. ດ້ວຍເຫດນີ້ ອ່າງຮັບນໍ້າແຫ່ງນີ້ຈຶ່ງຈຳເປັນຕ້ອງໃຫ້ຄວາມສໍາຄັນກັບທັງ ມາດຕະການຮັບມືກັບໄພແຫ້ງແລ້ງຢ່າງກະທັນຫັນໃນໄລຍະໃກ້ ແລະ ການວາງແຜນໂຄງສ້າງພື້ນຖານ ເພື່ອຮັບມືກັບໄພແຫ້ງແລ້ງທີ່ຍາວນານຂຶ້ນໃນໄລຍະໄກ. ຜົນໄດ້ຮັບເຫຼົ່ານີ້ຖືເປັນພື້ນຖານທາງວິທະຍາສາດທີ່ສຳຄັນ ສຳລັບການກຳນົດມາດຕະການນະໂຍບາຍ ແລະ ການວາງແຜນການຄຸ້ມຄອງຊັບພະຍາກອນນໍ້າໃນພື້ນທີ່ເຂດຕອນລຸ່ມນໍ້າເຊບັ້ງຫຽງ ຢ່າງມີປະສິດທິພາບ ແລະ ຍືນຍົງ.
ຄໍາສັບ: ດັດຊະນີປະລິມານນໍ້າຝົນມາດຕະຖານ (SPI); ແບບຈໍາລອງ GFDL-ESM4; ສະຖານະການ SSP; ຄວາມຖີ່ໄພແຫ້ງແລ້ງ; ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ
