ຜົນຂອງການນຳໃຊ້ສິ່ງເສດເຫຼືອຈາກກະສິກຳທີ່ແຕກຕ່າງກັນເຂົ້າໃນການປູກເຫັດນາງລົມ

Authors

  • fanniza BASISOM Northern out of school center
  • Interested

Abstract

ການສຶກສາໃນຄັ້ງນີ້ແມ່ນເພືື່ອສຶກສາປະສິດທິພາບຂອງການນຳໃຊ້ສິ່ງເສດເຫຼືອຈາກການກະສິກຳ ເພື່ອສຶກສາການຈະເລີນເຕີບໂຕຂອງເຫັດນາງລົມ ໂດຍມີຈຸດປະສົງ ເພື່ອສົມທຽບການເດີນເສັ້ນໄຍ ແລະ ຜົນຜະລິດຂອງເຫັດ, ການສຶກສາໃນຄັ້ງນີ້ໄດ້ປະຕິບັດຢູ່ທີ່ຟາມປູກເຫັດ ຫຼື ເຮືອນເຫັດຂອງຫ້ອງການສູນການສຶກສານອກໂຮງຮຽນພາກເໜືອ ບ້ານ ສວນຫຼວງ ເມຶອງ ຊຽງເງິນ ແຂວງຫຼວງພະບາງ, ການສຶກສາໃນຄັ້ງນີ້ແມ່ນໃຊ້ເວລາທັງໝົດ 4 ເດືອນ ໂດຍເລີ່ມແຕ່ເດືອນ 7-11/2023, ການສຶກສາໃນຄັ້ງນີ້ ແມ່ນໃຊ້ການວາງແຜນແບບສຸ່ມໃນບຼອກທີ່ສົມບູນ, ເຊິ່ງປະກອບມີ 5 ສີ່ງທົດລອງ ແລະ ແຕ່ລະສິ່ງທົດລອງມີ 4 ຊໍ້າ ໃນນີ້ແຕ່ລະຊໍ້າມີ 50 ເບົ້າ ລວມທັງໝົດມີ 250 ເບົ້າ, ສຳລັບການເກັບກຳຂໍ້ມູນແມ່ນໄດ້ເອົາທັງໝົດ, ການເຮັດກ້ອນເຊື້ອເຫັດວັດຖຸດິບທີ່ໃຊ້ເປັນຫຼັກແມ່ນນຳໃຊ້ ຂີ້ເລື່ອຍໄມ້ສັກ, ຕົ້ນສາລີ, ຕົ້ນມັນຕົ້ນ, ຫຍ້າເນເປຍສົດ ແລະ ກາບໝາກເດືອຍ ເຊິ່ງແຕ່ລະຊະນິດແມ່ນໃຊ້ 50% ໃນສ່ວນປະສົມ, ການເກັບກຳຂໍ້ມູນແມ່ນໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ່ 1 ແມ່ນການເກັບຂໍ້ມູນການເດີນຂອງເສັ້ນໄຍເຫັດນາງລົມ ເຊິ່ງໃຊ້ເວລາ 4 ອາທິດ ແລະ ໄລຍະທີ 2 ເປັນໄລຍະການເປີດດອກເຫັດ ເພື່ອເກັບຜົນຜະລິດຂອງເຫັດ ເຊິ່ງໄລຍະນີ້ແມ່ນໃຊ້ເວລາ 3 ເດືອນ ເຊິ່ງຜົນໄດ້ຮັບມີຄື:

  • ສຳລັບ pH ແລະ ຄ່າ N ມີຄ່າສູງກວ່າໝູ່ແມ່ນຫຍ້າເນເປຍສົດ (2; 1.54%) ແລະ ຕໍ່າກວ່າໝູ່ແມ່ນຢູ່ນຳຂີ້

ເລື່ອຍໄມ້ສັກ, ສ່ວນວັດຖຸດິບອື່ນໆ ແມ່ນໄກ້ຄຽງກັນ, ແຕ່ຄ່າ P ສູງກວ່າໝູ່ແມ່ນຢູ່ນຳຕົ້ນມັນຕົ້ນ ແລະ ຫຍ້າເນເປຍສົດຄື: 111.7 ແລະ 99 mg/kg, ຄ່າ K ສູງກວ່າໝູ່ແມ່ນບັນຈຸຢູ່ໃນຕົ້ນສາລີປະສົມອາຫານເສີມ = 1.54%, ຄ່າ OC ສູງກວ່າໝູ່ແມ່ນບັນຈຸຢູ່ນຳກາບໝາກເດືອຍປະສົມອາຫານເສີມ ແລະ ຕໍ່າກວ່າໝູ່ແມ່ນບັນຈຸຢູ່ນຳຂີ້ເລື່ອຍສົດ (24.16; 3.35% ຕາມລຳດັບ), ຂະນະທີຄ່າ C/N ຕໍ່າກວ່າໝູ່ແມ່ນ  ຂີ້ເລື່ອຍປະສົມອາຫານເສີມ ແລະ ກາບໝາກເດືອຍປະສົມອາຫານເສີມ (0.04%), ສ່ວນທີ່ສູງກວ່າໝູ່ແມ່ນບັນຈຸຢູ່ນຳຕົ້ນມັນຕົ້ນສົດປະສົມອາຫານປະສົມ =0.18% , ຄ່າ DM ທີ່ສູງກວ່າໝູ່ແມ່ນບັນຈຸຢູ່ນຳຕົ້ນມັນຕົ້ນສົດ ແລະ ຕໍ່າກວ່າໝູ່ແມ່ນ ຂີ້ເລື່ອຍປະສົມອາຫານເສີມ (98.84; 90.54%), ສ່ວນຄ່າ Ash ທີ່ສູງກວ່າໝູ່ແມ່ນບັນຈຸຢູ່ກາບໝາກເດືອຍປະສົມອາຫານເສີມ ແລະ ຕໍ່າກວ່າໝູ່ແມ່ນບັນຈຸຢູ່ນຳຂີ້ເລື່ອຍສົດ (42.93; 9.01% ຕາມລຳດັບ), ສຳລັບຄ່າ N ຂອງດອກເຫັດແມ່ນບໍ່ແຕກຕ່າງຫຼາຍດຍສະເລ່ຍແມ່ນ = 5.8%

  • ສຳລັບການເດີນຂອງເສັ້ນໄຍຫຼັງຈາກໄດ້ 4 ອທິດແມ່ນມີຄວາມແຕກຕ່າງກັນທາງດ້ານສະຖິຕິ (Pro<0.05)

ທີ່ສູງໄວກວ່າໝູ່ແມ່ນການໃຊ້ຂີ້ເລື່ອຍໄມ້ສັກຄື T1= 19.6cm, ຮອງລົງມາແມ່ນ T3=19cm, T2=17.1cm, T4=16.4cm ແລະ ຕໍ່າກວ່າໝູ່ແມ່ນ T5=15cm.

  • ຜົນໄດ້ຮັບທາງດ້ານນ້ຳໜັກສົດ, ຈຳນວນດອກ, ຄວາມຍາວກ້ານດອກ, ລວງຮອບກ້ານດອກ, ຄວາມກ້ວາງ

ດອກ, ຄວາມຍາວດອກ ເຫັນວ່າ: ມີຄວາມແຕກຕ່າງທາງດ້ານສະຖິຕິ (Pro<0.05) ແລະ ເຫັນວ່າ: ສິ່ງທົດລອງທີ T1 ແມ່ນສູງກວ່າໝູ່ບໍ່ວ່າຈະເປັນ: ນໍ້າໜັກຂອງເຫັດ, g/ເບົ້າ, ຈໍານວນດອກ/ເບົ້າ, ຄວາມຍາວຂອງກ້ານດອກ (Cm), ລວງຮອບຂອງກ້ານດອກ (Cm), ຄວາມກ້ວາງຂອງດອກ (Cm) ແລະ ຄວາມຍາວຂອງດອກ (Cm) ແລະ ຮອງລົງມາແມ່ນ T3 (ແຕ່ນໍ້າໜັກຂອງເຫັດ, g/ເບົ້າ), ຮອງລົງມາແມ່ນ T4 ແລະ ຕໍ່າກວ່າໝູ່ແມ່ນ T5 ແລະ T2 ຕາມລຳດັບ.

 

ຄຳສັບສຳຄັນ: ເຫັດນາງລົມ, ວັດສະດຸປູກ, ຜົນຜະລິດ

Author Biography

Interested

Fanniza

Downloads

Published

2024-04-05

How to Cite

BASISOM, fanniza, & BASISOM, F. (2024). ຜົນຂອງການນຳໃຊ້ສິ່ງເສດເຫຼືອຈາກກະສິກຳທີ່ແຕກຕ່າງກັນເຂົ້າໃນການປູກເຫັດນາງລົມ . Sujournal, 10(2), 25–35. Retrieved from http://www.su-journal.com/index.php/su/article/view/414