ຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວຕ່າງປະເທດຕໍ່ຕະຫຼາດກາງຄືນນະຄອນຫຼວງພະບາງ ແຂວງ ຫຼວງພະບາງ

Authors

  • Hor MANYTHONG souphanouvong university
  • ສີຊົມພູ ອິນທະລືໄຊ
  • ກອງແກ້ວ ສຸກັນຍາ
  • ອານຸສິດ ວັນນະຜົນ
  • ບຸນຊ່ຽນ ເພັດລໍາພັນ

Keywords:

ຄວາມເພິ່ງພໍໃຈ, ນັກທ່ອງທ່ຽວ, ຕະຫຼາດກາງຄືນ

Abstract

ການສຶກສາຄັ້ງນີ້ມີຈຸດປະສົງ ເພື່ອສຶກສາລະດັບຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວຕໍ່ຕະຫຼາດກາງຄືນນະຄອນຫຼວງພະບາງ ໂດຍໃຊ້ແບບຟອມສໍາພາດນັກທ່ອງທ່ຽວຕ່າງປະເທດທັງໝົດ 380 ຊຸດ ໂດຍການສຸ່ມແບບສະດວກ ແລະ ສະຖິຕິວິເຄາະຂໍ້ມູນໄດ້ແກ່: ຄ່າສະເລ່ຍ (Mean) ແລະ ຄ່າບ່າຍບຽງມາດຕະຖານ (Standard Diviation) ໂດຍໃຊ້ໂປຣແກຼມ SPSS.

ຜົນການສຶກສາລະດັບຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວຕໍ່ຕະຫຼາດກາງຄືນໂດຍລວມມີຄວາມເພິ່ງພໍໃຈຢູ່ໃນລະດັບຫຼາຍ ສະເລ່ຍ 2.94 ເມື່ອພິຈາລະນາໃນແຕ່ລະດ້ານ ພົບວ່າ ດ້ານຄຸນຄ່າສິນຄ້າ ມາເປັນອັນດັບທຳອິດ ມີສະເລ່ຍ 3.21, ຮອງມາຄື ດ້ານການຈັດການສະຖານທີ່ ມີຄ່າສະເລ່ຍ 3.02, ດ້ານສິ່ງອໍານວຍຄວາມສະດວກ ມີຄ່າສະເລ່ຍ 2.84 ແລະ ດ້ານການບໍລິການ ແລະ ຜູ້ໃຫ້ບໍລິການ ມີຄ່າສະເລ່ຍ 2.70 ຕາມລໍາດັບຄື: 1). ຄວາມເພິ່ງພໍໃຈຕໍ່ກັບຄຸນຄ່າສິນຄ້າ ພົບວ່າ ສິນຄ້າມີຄວາມສວຍງາມ ແລະ ລວດລາຍລະອຽດອ່ອນ ໄດ້ຮັບຄວາມເພິ່ງພໍໃຈຫຼາຍທີ່ສຸດ, ຮອງລົງມາແມ່ນ ສິນຄ້າຜະລິດຈາກທຳມະຊາດ; 2). ຄວາມເພິ່ງພໍໃຈຕໍ່ກັບການຈັດການສະຖານທີ່ ພົບວ່າ ສະຖານທີ່ມີຄວາມປອດໄພດີ ໄດ້ຮັບຄວາມເພິ່ງພໍໃຈຫຼາຍທີ່ສຸດ, ຮອງລົງມາແມ່ນ ເວລາເປີດ-ປິດຕະຫຼາດກາງຄືນເໝາະສົມ; 3). ຄວາມເພິ່ງພໍໃຈຕໍ່ກັບສິ່ງອໍານວຍຄວາມສະດວກ ພົບວ່າ ຮ້ານອາຫານ ແລະ ເຄື່ອງດື່ມມີຄວາມເໝາະສົມ ໄດ້ຮັບຄວາມເພິ່ງພໍໃຈຫຼາຍທີ່ສຸດ, ຮອງລົງມາແມ່ນ ຄວາມພຽງພໍຂອງສິ່ງອຳນວຍຄວາມສະດວກເຊັ່ນ: ຕູ້ເອທີເອັມ; 4). ຄວາມເພິ່ງພໍໃຈຕໍ່ກັບການບໍລິການ ແລະ ຜູ້ໃຫ້ບໍລິການ ພົບວ່າ ການບໍລິການມີຄວາມວ່ອງໄວທັນໃຈເປັນຢາງດີ ໄດ້ຮັບຄວາມເພິ່ງພໍໃຈຫຼາຍທີ່ສຸດ, ຮອງລົງມາແມ່ນ ຜູ້ບໍລິການມີມະນຸດສໍາພັນທີ່ດີຕໍ່ນັກທ່ອງທ່ຽວຄື: ມີການເວົ້າຈາ ແລະ ມີມາລະຍາດດີ.

Downloads

Published

2024-06-12

How to Cite

MANYTHONG, H., ອິນທະລືໄຊ ສ., ສຸກັນຍາ ກ., ວັນນະຜົນ ອ., & ເພັດລໍາພັນ ບ. (2024). ຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວຕ່າງປະເທດຕໍ່ຕະຫຼາດກາງຄືນນະຄອນຫຼວງພະບາງ ແຂວງ ຫຼວງພະບາງ. Souphanouvong University Journal Multidisciplinary Research and Development, 10(2), 113–120. Retrieved from http://www.su-journal.com/index.php/su/article/view/624